ຂະບວນການແຂ່ງຂັນເຄື່ອໄຫວກິລາຂອງຊາວໜຸ່ມໂຮງງານຜະລິດຢາຊີບີເອຟ

...

           ໃນວັນທີ 3 ເມສາ 2017 ຜ່ານມາ ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ໄດ້ມີພິທີເປີດຂະບວນແຂ່ງຂັນກິ ລາຊາວໜຸ່ມໂຮງງານຜະລິດຢາຊີບີເອຟ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2560, ເຊິ່ງການແຂ່ງຂັນກິລາຈະໄດ້ເລີ່ມຂື້ນແຕ່ວັນທີ 3-11 ເມສາ 2017 ທີ່ເດີ່ນກິລາໂຮງງານຜະລິດຢາຊີບີເອຟ ໂດຍການເປັນກຽດເຂົ້າຮ່ວມເປີດພິທີມີ ທ່ານ ດຣ ໃຫຍ່ ນິເວດ ຮອງອຳນວຍການບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ແລະ ທ່ານ ສົມໄຊ ຫົງສະຫວາດ ເລຂາຊາວໜຸ່ມໂຮງງານຜະລິດຢາຊີບີເອຟພ້ອມຄະນະເປັນຜູ້ຮັບຜິດຊອບນຳພາສ້າງຂະບວນການຄັ້ງນີ້

ນອກນີ້ມີບັນດາຫົວໜ້າທີມນັກກິລາຈາກ 4 ກຸ່ມ, 16 ພະແນກທົ່ວບໍລິສັດ ເຊິ່ງປະກອບມີທິມນັກກິລາ ແລະ ປະເພດກິລາຄື

  • ປະເພດກິລາບານສົ່ງຍິງ ມີ 5 ທິມ
  • ປະເພດກິລາບານສົ່ງຊາຍ ມີ 5 ທິມ
  • ປະເພດກິລາກະຕໍ້ຫວາຍຊາຍ ມີ 6 ທິມ

ການແຂ່ງຂັນໄດ້ດຳເນີນໄປເຖີງວັນທີ 11 ເມສາ 2017 ແລະ ໄດ້ຈັດພິທີມອບລາງວັນໃຫ້ແກ່ທິມຊະນະເລີດໃນງານລ້ຽງສະຫຼອງປີໃໝ່ ໃນມື້ວັນທີ 13 ເມສາ 2017 ຜ່ານມາດັ່ງນີ້:

  1. ປະເພດກິລາບານສົ່ງຍິງ: ອັນດັບທີ 1 ແມ່ນ ກຸ່ມການຂາຍ-ການຕະຫຼາດ, ອັນດັບທີ 2 ແມ່ນ ກຸ່ມສະ ໜັບສະໜູນ+ກຸ່ມຄຸນນະພາບ, ອັນດັບທີ 3 ແມ່ນ ພະແນກວິສາວະກຳ+ໜ່ວຍຜະລິດຖົງ
  2. ປະເພດກິລາບານສົ່ງຊາຍ: ອັບດັບທີ 1 ແມ່ນ ກຸ່ມການຂາຍ-ການຕະຫຼາດ, ອັນດັບທີ 2 ກຸ່ມສະໜັບສະ ໜູນ+ກຸ່ມຄຸນນະພາບ, ອັນດັບທີ 3 ແມ່ນ ພະແນກວິສາວະກຳ+ໜ່ວຍຜະລິດຖົງ
  3. ປະເພດກິລາເຕະຕໍ້ຫວາຍຊາຍ: ອັນດັບທີ 1 ແມ່ນ ພະແນກຈັດຕັ້ງ-ບໍລິຫານ, ອັນດັບທີ 2 ກຸ່ມຄຸນນະພາບ+ພະແນກແຜນການ, ອັນດັບທີ 3 ແມ່ນ ກຸ່ມການຂາຍ-ການຕະຫຼາດ

ຮູບພາບປະກອບ: