ກິດຈະກຳພາຍນອກ
ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ໄດ້ມອບຢາປົວພະຍາດ ມູນຄ່າ 12,000,000ກີບ ເພື່ອນຳໃຊ້ເຂົ້າໃນການປະຖົມພະຍາບານ ແລະ ປິ່ນປົວໃຫ້ແກ່ກຳລັງປ້ອງການຊາດເຂດຊາຍແດນຂອງແຂວງຈຳປາສັກ,  ການມອບຮັບໄດ້ຈັດຂຶ້ນ ໃນວັນທີ 19 ມັງກອນ 2015 ຜ່ານມາ, ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ ເປັນ ໂດຍແມ່ນ ທ່ານ ດຣ. ບຸນທະວີ ກິລາທອງ ຮອງຜູ້ອຳນວຍການບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ເປັນຜູ້ມອບ ແລະ ທ່ານ ພັນໂທ ນາກແກ້ວ ສິງດາວັນ ຫົວໜ້າຫ້ອງການປກສ-ປກຊ ແຂວງຈຳປາສັກ ເປັນຜູ້ຮັບ. 
ແຮງໃຈຈາກ ຊີບີເອຟ ໄດ້ສົ່ງເຖິງ ກຳລັງ ປກຊ-ປກສ ທຸກໆປີ , ພິເສດ ແມ່ນ ການຄຳນັບ ແລະ ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 66 ປີ (20 ມັງກອນ 1949-20 ມັງກອນ 2015)